ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ຫົວໜ້າຫ້ອງພະລາທິການ ກອງພົນທີ1

     ໃນວັນທີ 16 ກຸມພາ 2024 ນີ້, ກອງພົນທີ1 ໄດ້ຈັດພິທີປະກາດການຈັດຕັ້ງ ແລະ ມອບຮັບໜ້າທີ່ ຫົວໜ້າຫ້ອງພະລາທິການກອງພົນ
ທີ1 ໂດຍໃຫ້ກຽດເປັນປະທານ ຂອງ ສະຫາຍ ພົນຕີ ຄຳເພັດ ສີຊານົນ ຄະນະປະຈຳພັກກະຊວງ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ຄະ
ນະພັກ-ຄະນະບັນຊາກອງພົນທີ1, ພະແນກການ, ພະນັກງານຫຼັກແຫຼງທົ່ວກອງພົນທີ1 ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງ
ຕັ້ງຮອງຫົວໜ້າ ກົມເສນາພະລາ ກົມໃຫຍ່ພະລາທິການ. ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ ( ສະບັບປັບປຸງ ) ໃນພາກ
II ໝວດ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍນາຍທະຫານ. ອິີງຕາມ ທິດທາງກ່ຽວກັບບູລະນະກົງຈັກການຈັດຕັ້ງນໍາພາ-ບັນ
ຊາໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ອີງຕາມການນໍາສະເໜີຂອງກົມໃຫຍ່ພະລາທິການກອງທັບ ສະບັບເລກທີ 27 ລົງວັນທີ 8 ມັງກອນ 2024. ອີງຕາມ ການຄົ້ນຄວ້າ ແລະ ນຳ
ສະເໜີຂອງກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ຕົກລົງ: ແຕ່ງຕັ້ງ ສະຫາຍ ພັນເອກ ພູວຽງ ດາວັນນະຮັກ ເປັນຮອງຫົວໜ້າ
ກົມເສນາພະລາ ກົມໃຫຍ່ພະລາທິການກອງທັບ, ແຕ່ງຕັ້ງ ພັນໂທ ຄຳຫວານ ຈັນທະບຸນໄຊ ເປັນຮອງຫົວໜ້າກອງພົນ ຮັບຜິດຊອບວຽກງານ
ພະລາທິການ ທັງເປັນຫົວໜ້າຫ້ອງພະລາທິການກອງພົນທີ1, ແຕ່ງຕັ້ງສະຫາຍ ພັນໂທ ສີພັນດອນ ແກ້ວກັນຍາ ເປັນຮອງຫົວໜ້າຫ້ອງພະລາທິ
ການ ກອງພົນທີ 1.

     ໃນພິທີທີ່ມີຄວາມໝາຍຄວາມສໍາຄັນນີ້, ສະຫາຍ ພົນຕີ ຄຳເພັດ ສີຊານົນ ປະທານພິທີ ໄດ້ໂອ້ລົມ ກ່ອນອື່ນສະຫາຍ ໄດ້ຍ້ອງຍໍຊົມເຊີຍ
ຕໍ່ຜົນສໍາເລັດ ໃນການປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ເຊິ່ງມີຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນວຽກງານຮັບປະກັນແກ້ໄຂຊີວິດການ
ເປັນຢູ່ຂອງກົມກອງເຊັ່ນ: ການປູກ-ການລ້ຽງ ເພື່ອເຮັດໃຫ້ສົມກັບຄຳວ່າ: ກຸ້ມຕົນເອງ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຕາມ
4 ໜ້າທີ່ໃຫຍ່ 26 ແຜນງານຂອງ ກະຊວງປ້ອງກັນປະເທດວາງອອກ, ຕອນທ້າຍ ສະຫາຍ ຍັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ສືບຕໍ່ເພີ່ມ
ທະວີຄວາມສາມັກຄີພາຍໃນ ແລະ ພາຍນອກ, ເຮັດວຽກຢ່າງມີແບບແຜນ ເພື່ອສາມາດບັນລຸຕາມຄາດໝາຍ ແລະ ກຽມພ້ອມພັດທະນາກົມ
ກອງໃຫ້ມີຄວາມເຂັ້ມແຂງ.

ແຫຼ່ງຂ່າວໂດຍ ຄຳພຸດ ພານຸວົງ
ວັນທີ 21/02/2024